ບໍລິສັດ ທີ່ປຶກສາທຸລະກິດເພື່ອການພັດທະນາ (BCD) ຂອງພວກເຮົາເປັນຕົວແທນຂາຍປະກັນໄພໂຕໂກ, ປະກັນໄພລາວ-ຫວຽດ ແລະ ປະກັນໄພຊີວິດລາວ HPC. ທ່ານສາມາດຊື້ຜ່ານເວບໄຊນີ້ໄດ້ໂດຍບໍ່ຈຳເປັນຕ້ອງເສຍເວລາຂັບລົດໄປຊື້

ຂັ້ນຕອນການຊື້

  • ເລືອກປະເພດປະກັນໄພ(ທາງເລືອກແບບບັງຄັບ,ທາງເລືອກທີ 3, ທາງເລືອກທີ 4 ແລະ ທາງເລືອກແບບງ່າຍດ່າຍ). ກົດນີ້... ເພື່ອກັບໄປຫາປະເພດປະກັນໄພ
  • ຕື່ມຂໍ້ມູນກ່ຽວກັບລົດຂອງທ່ານໃສ່ແບບຟອມ ແລະ ປະຕິດຕາມຄຳແນະນຳໃນແບບຟອມ
  • ບັນທຶກຄ່າປະກັນໄພທັງໝົດທີ່ປະກົດໃນແບບຟອມ ແລະ ລະຫັດສັ່ງຊື້ (Order ID) ທີ່ຈະຖືກນໍ້າໃຊ້ໂອນເງີນປະກັນໄພມາເຂົ້າບັນຊີບໍລິສັດພວກເຮົາ
  • ໂອນຈຳນວນເງີນປະກັນໄພດັ່ງກ່າວຕາມຄຳແນະນຳໃນແບບຟອມ. ສຳລັບເນື້ອໃນການໂອນແມ່ນໃຫ້ໃສ່ລະຫັດສັ່ງຊື້ (Order ID) ເບີ່ງຊ່ອງທາງການໂອນເງີນ....

ການຄຸມກັນ ແລະ ການຮັບໃບປະກັນໄພລົດຂອງທ່ານ

  • ລົດຂອງທ່ານຈະຖືກຄຸມກັນທັນທີເມື່ອທ່ານໂອນເງີນປະກັນໄພເຂົ້າບັນຊີບໍລິສັດພວກເຮົາ(ໃນມື້ລັດຖະການເທົ່ານັ້ນ- ຈັນ ເຖີງ ສຸກ)
  • ສຳເນົາ (ກ໋ອບປີ) ໃບເກັບເງີນ ແລະ ໃບປະກັນໄພລົດຈະສົ່ງໃຫ້ຕາມອີແມ໋ວຂອງທ່ານພາຍໃນ 1 ຊົ່ວໂມງ
  • ໃບປະກັນໄພ(ຂອງແທ້)ຈະສົ່ງໃຫ້ທ່ານເຖີງສະຖານທີພາຍໃນ 3 ວັນ, ຖ້າທ່ານຢູ່ພາຍໃນນະຄອນຫຼວງວຽງຈັນ. ໃນກໍລະນີຢູ່ຕ່າງແຂວງ, ຈະສົ່ງໃຫ້ທາງໄປສະນີ

ການຮັບປະກັນ ແລະ ຄວາມໜັ້ນໃຈໃນການໃຊ້ບໍລິການ

  • ທະນະຄານມີຂໍ້ມູນລະອຽດກ່ຽວກັບການໂອນເງີນຈາກບັນຊີຂອງທ່ານມາຫາບັນຊີຂອງພວກເຮົາ ແລະ ສາມາດກວດສອບໄດ້ແບບງ່າຍໆ
  • ຂໍ້ມູນໂອນເງີນສາມາດນໍາໃຊ້ເປັນຫຼັກຖານການຊື້ປະກັນໄພຈາກພວກເຮົາ
  • ຂໍ້ມູນໂອນເງີນສາມາດນໍາໃຊ້ເປັນຫຼັກຖານເອົາຜິດຕາມກົດໝາຍບ້ານເມືອງໄດ້, ຖ້າບໍ່ໄດ້ຮັບຄວາມເປັນທຳ
  • ໃນກໍລະນີບໍ່ໄດ້ໃບປະກັນໄພຕາມທີ່ກຳນົດໄວ້, ຕິດຕໍ່ທີ່ເບີ:020 55794481, 55112860 ຫຼື ອີແມ໋ວໄປທີ:info@bcdconsult.com

ປະກັນໄພລົດລາວ-ວຽດ  

ກຳລັງປັບປຸງ...

ປະກັນຊີວິດລາວ HPC  

  

ປະກັນໄພລົດໂຕໂກ